ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ປະ​ທະ​ກັນ ​ຍັງ​ສືບຕໍ່​ເກີດ​ຂຶ້ນ​ຢູ່​ລຽບ​ຕາມ​ຊາຍ​ແດນ ອິດ​ສະ​ຣາ​ແອນ-ລີ​ບັງ

     ວິທະຍຸ​ກະຈາຍສຽງ​ ຫວຽດນາມ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 16 ກໍລະກົດ 2024 ນີ້​ວ່າ: ຕອນ​ຄ່ຳ​ວັນ​ທີ 15 ກໍລະກົດ ຜ່ານ​ມາ, ກອງທັບອິດ​
ສະ​ຣາ​ແອນ ໃຫ້​ຮູ້​ວ່າ: ກຳລັງ​ເຮສ໌ໂບ​ເລາະ (Hezbollah) ຢູ່ ລີ​ບັງ ໄດ້​ເປີດ​ການ​ບຸກ​ໂຈມ​ຕີ 2 ຄັ້ງ​ດ້ວຍ​ລູກ​ສອນ​ໄຟ​ປະມານ 20 ລູກ ໃສ່​ເຂດ
​ຊຸມ​ຊົນ​ທາງ​ທິດເໜືອ​ຂອງອິດ​ສະ​ຣາ​ແອນ ເຊັ່ນ: ເຂດເຄີ​ຢາດ ສະ​ໂມ​ນາ (Kiryat Shmona), ມາ​ໂກ​ລິ​ອັອດ (Margaliot)  ແລະ ມາ​ນາ​ຣາ
(Manara).

     ອາວຸດ ​ດັ່ງກ່າວສ່ວນ​ຫຼາຍ​ຖືກ​ລະບົບ​ປ້ອງ​ກັນ​ອາກາດ​ຂອງ ອິດ​ສະ​ຣາ​ແອນ ສະກັດ​ກັ້ນ​ໄດ້ ຈຶ່ງ​ບໍ່​ກໍ່ໃຫ້ເກີດ​ຜົນ​ເສຍ​ຫາຍ​ເຖິງ​ຊີວິດ​ຂອງ​ປະຊາ
ຊົນ. ບັນດາ​ການ​ບຸກໂຈມ​ຕີ​ທາງ​ອາກາດ ​ດ້ວຍ​ລູກ​ສອນ​ໄຟ​ຂອງ​ກຸ່ມ​ດັ່ງກ່າວ ໄດ້​ມີ​ຂຶ້ນ​ພາຍຫຼັງ​ສອງ​ສາມ​ຊົ່ວໂມງ​ທີ່​ເກີດ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​
ຂອງ​ ກອງທັບອິດ​ສະ​ຣາ​ແອນ ໃສ່​ບັນດາ​ເປົ້າ​ໝາຍ​ກຸ່ມ ເຮສ໌ໂບ​ເລາະ ຢູ່ພາກ​ໃຕ້​ຂອງ ລີ​ບັງ. ຕໍ່​ວິວັດ​ການ​ເຈລະຈາ​ຢຸດ​ຍິງລະຫວ່າງ ອິດ​ສະ​ຣາ​ແອນ
ແລະ ກຳລັງ ຮາ​ມາສ໌, ຕອນ​ຄ່ຳ​ຂອງ​ວັນ​ທີ 15 ກໍລະກົດ ຜ່ານ​ມາ, ເຈົ້າ​ໜ້າທີ່​ທ່ານ​ໜຶ່ງ​ຂອງ ອິດ​ສະ​ຣາ​ແອນ ໃຫ້​ຮູ້​ວ່າ: ຄະນະ​ເຈລະຈາ​ຂອງ ອິດ​ສະ
​ຣາ​ແອນ ຈະ​ກັບ​ຄືນ​ ຈາກ​ການເຄື່ອນໄຫວ​ບັນດາ​ການ​ເຈລະຈາ​ໃນ​ອາທິດ​ນີ້. ເຖິງ​ຢ່າງໃດ​ກໍ​ຕາມ, ມີ​ແຫຼ່ງ​ຂ່າວ​ທີ່​ບໍ່​ເປີດ ເຜີຍ​ຊື່ໄດ້​ໃຫ້​ຮູ້​ວ່າ, ຍັງ​ບໍ່​ຮູ້​
ລາຍ​ລະອຽດ​ວ່າ ໃຜ​ເປັນ​ຜູ້ຕາງໜ້າ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ຈາກ​ຝ່າຍ ອິດ​ສະ​ຣາ​ແອນ ແລະ ສະຖານທີ່​ໃດ ທີ່​ຈະ​ໃຊ້​ດຳເນີນ​ການ​ເຈລະຈາ ຢູ່ ໂດ​
ຮາ, ປະເທດ​ກາ​ຕາ ຫຼື ເລີ​ແກ ປະເທດ ອີ​ຢີບ.

     ກ່ອນ​ໜ້າ​ນັ້ນ, ແຫຼ່ງ​ຂ່າວ​ລັບ​ຂອງ ອີ​ຢີບ ລາຍ​ງານ​ໃຫ້​ຮູ້​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 14 ກໍລະກົດ ຜ່ານ​ມາ​ວ່າ: ວິວັດ​ການ​ເຈລະຈາ​ລະຫວ່າງ ອິດ​ສະ
​ຣາ​ແອນ ແລະ ກຸ່ມ​ຮາ​ມາສ໌ ໄດ້​ຖືກ​ໂຈະ​ໄວ້​ໂດຍ​ບໍ່​ມີ​ກຳນົດ ພາຍຫຼັງ​ຜູ້ຕາງໜ້າ​ເຂົ້າ​ຮ່ວມ​ເຈລະຈາ ​ຂອງ ອິດ​ສະ​ຣາ​ແອນ ສະເໜີ​ຮຽກ​ສິດ​ໃໝ່ ທີ່​ໄປ
ຝືນ​ກັບ​ບັນດາ​ເນື້ອ​ໃນ​ຄຳ​ເຫັນ ທີ່​ໄດ້​ເອກະ​ພາບ​ກັນ​ກ່ອນ​ໜ້າ​ນັ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/07/2024